ອາຫານພື້ນເມືອງຂອງສາທາລະນະລັດເຊັກ ຂາໝູຍ່າງກັບແປ້ງຕົ້ມ ແລະ ກະລ່ຳປີດອງ
BLOG

8 ອາຫານທີ່ບໍ່ຄວນພາດເມື່ອໄປທ່ຽວສາທາລະນະລັດເຊັກ

ນັກຂຽນຮັບເຊີນ

ວັດທະນະທຳການກິນຂອງເຊັກໄດ້ຮັບອິດທິພົນມາຈາກອາຫານແບບຊາວໂບເຮເມຍ ມີຫມູແຮມ ແລະ ໄສ້ກອກທີ່ມີກິ່ນແຮງເປັນຈຸດເດັ່ນ ເມນູສ່ວນໃຫຍ່ຈະເປັນອາຫານທີ່ມີໄຂມັນສູງ ມື້ນີ້ See You Again ມີເມນູມາແນະນຳ ເມື່ອໄປທ່ຽວເຊັກແລ້ວບໍ່ຄວນພາດເດີ້

1 Veproknedlozelo ຂາໝູຍ່າງເວປຣົກ

ແປ້ງຕົ້ມກເນດລິກີ ກະລ່ຳປີດອງ ຂາໝູທີ່ຍ່າງໄຟຮ້ອນໄດ້ທີ່ ຈົນໜັງໝູກອບຫອມ ແລະ ເນື້ອດ້ານໃນສຸກນຸ່ມພໍດີ ເສີບຄູ່ກັບກະລ່ຳປີດອງ ແລະ ແປ້ງຕົ້ມ ເມນູນີ້ຖ້າໄດ້ລອງແລ້ວຕ້ອງມີຄັ້ງຕໍ່ໄປແນ່ນອນ

2 ກເນດລິກີ knedlik

ກເນດລິກີ ແມ່ນກ້ອນແປ້ງຕົ້ມທີ່ອ່ອນນຸ່ມ ເປັນອາຫານຂ້າງທີ່ໃຫ້ເລືອກສຳລັບອາຫານຈານຫຼັກຫຼາຍຢ່າງ ຕາກດ້ວຍນ້ຳເກຣວີ ກິນພ້ອມກັບເຂົ້າຈີ່ ມັນຫວານ ຫຼື ເບຄອນ ແລະ ເມນູນີ້ກິນພ້ອມກັບໝາກໄມ້ (ພລັມ) ໄດ້ນຳ

3 ອຸໂຕເປນຊ໌ Utopence

ໄສ້ກອກດອງທີ່ມີລົດສົ້ມໜ້ອຍໜຶ່ງ ຄ່ອນຂ້າງມັນ ເສີບຄູ່ກັບຜັກບົ່ວດອງ ເມນູນີ້ດື່ມຄູ່ກັບເບຍເຂົ້າກັນດີແທ້

4 ປາເທຣົ້ດທອດ

ເມນູນີ້ແມ່ນການເອົາປາເທຣົ້ດມາຊຸບແປ້ງໃຫ້ເຫຼືອງຫອມໜ້າກິນ ເສີບມາພ້ອມກັບມັນບົດ ແລະ ຜັກດອງ

5 ກູລາດ Gulas

ຂອງຊາວເຊັກຈະເນັ້ນສະຕູຊີ້ນງົວ ມີຜັກໜ້ອຍໜຶ່ງ ຕ້ອງກິນຄູ່ກັບແປ້ງຕົ້ມກເນດລິກີ ເມນູນີ້ນອກຈາກໃຊ້ຊີ້ນງົວແລ້ວ ບາງເທື່ອອາດໃຊ້ຊີ້ນກວາງ ໄກ່ ຫຼື ແມ່ນແຕ່ຜັກກໍໄດ້

6 Svickova na smetane

ຊີ້ນສັນໃນງົວຍ່າງເສີບພ້ອມກັບຊອດຄຣີມຫວານໃສ່ແຄຣອດ ມີວິບຄຣີມໜ້ອຍໜຶ່ງ ແລະ ແຕ່ງດ້ວຍແຄນເບີຣີສີແດງ ເມນູນີ້ຄວນກິນຄູ່ກັບແປ້ງຕົ້ມເພື່ອໃຫ້ໄດ້ລົດຊາດຊອດຢ່າງແຊບ

7 Farmer’s cheese dumplings

ແປ້ງຕົ້ມທີ່ເຮັດຈາກມັນຝຣັ່ງ ເຊິ່ງມີຄວາມແໜ້ນ ແລະ ໜຽວ ກິນກັບຊອດແອບຣິຄອດ ໄອສະຄຣີມໂຢເກີດ ແລະ ຄຣີມ ເມື່ອກິນທຸກຢ່າງລວມກັນມີລົດຊາດຄ້າຍກັບຊີສເຄກ

8 ເຂົ້າໜົມ Trdelnik

ເຂົ້າໜົມ Trdelnik ເຮັດຈາກແປ້ງແຜ່ນບາງໆ ເອົາມາມ້ວນເປັນເກລຽວໃສ່ທ່ອນໄມ້ ຫຼື ເຫຼັກ ແລ້ວໂຮຍດ້ວຍນ້ຳຕານ ຈາກນັ້ນປີ້ງເທິງເຕົາຖ່ານຈົນແປ້ງເປັນສີເຫຼືອງ ແລະ ນ້ຳຕານລະລາຍເປັນຄາຣາເມວ ແລ້ວມາມ້ວນໃນຖາດທີ່ມີນ້ຳຕານ ອົບເຊີຍ ແລະ ເກັດໝາກຄອຍ ຈາກນັ້ນສາມາດເພີ່ມທັອບປິ້ງຕາມຄວາມມັກ

ວາງແຜນທ່ຽວເອງກໍສະດວກ

ສິ່ງທີ່ຄົນໄປທ່ຽວເອງມັກຕ້ອງຈອງກ່ອນເດີນທາງ ພວກເຮົາຄັດຜູ້ໃຫ້ບໍລິການທີ່ໃຊ້ໄດ້ແທ້ໄວ້ໃຫ້

ລິ້ງພັນທະມິດ · ພວກເຮົາອາດໄດ້ຄ່າຕອບແທນເລັກນ້ອຍເມື່ອທ່ານຈອງ ໂດຍລາຄາຂອງທ່ານບໍ່ປ່ຽນ

ຢາກໄປແບບນີ້ແດ່?

ໃຫ້ຣິນອອກແບບທຣິບໃຫ້ຄະນະຂອງທ່ານ