ເງິນເອີໂຣ ແລະ ບັດເຄຣດິດ ສຳລັບກຽມໄປທ່ຽວເກຣັກ ຮູບ: Pixabay / MustangJoe
BLOG

ກຽມເງິນໄປທ່ຽວເກຣັກແນວໃດດີ

ນັກຂຽນຮັບເຊີນ

ກຽມເງິນໄປທ່ຽວເກຣັກແນວໃດດີ

ກຽມເງິນໄປທ່ຽວເກຣັກແນວໃດດີ

ສະກຸນເງິນຂອງເກຣັກແມ່ນດຣັກມາເກຣັກ GRD ແຕ່ວັນທີ 28 ກ.ພ. 2002 ໄດ້ນຳໃຊ້ ເອີໂຣ (EURO) ແທນ ດຣັກມາເກຣັກ (GRD) ແລ້ວ

ດັ່ງນັ້ນໃຜທີ່ຈະເດີນທາງໄປທ່ຽວເກຣັກ ກຽມເງິນເອີໂຣ(EURO)ໄປທ່ຽວເດີ້ຈ້ະ

ຕົວຊ່ວຍເລື່ອງເງິນ

ສ່ວນທ່ານທີ່ບໍ່ຕ້ອງການຖືເງິນໄປຫຼາຍ ອີກໜຶ່ງຕົວຊ່ວຍທີ່ດີຄືບັດເຄຣດິດ ບໍ່ວ່າຈະເປັນ VISA CARD, MASTERCARD, AMERICAN EXPRESS, DINERS CLUB

ບັດເຄຣດິດ

ການນຳບັດເຄຣດິດໄປໃຊ້ໃນຕ່າງປະເທດ ທ່ານຄວນແຈ້ງກັບບໍລິສັດຜູ້ອອກບັດໄວ້ນຳ ເພາະຖ້າບໍ່ມີການແຈ້ງລ່ວງໜ້າ ບໍລິສັດຜູ້ອອກບັດອາດຄິດວ່າບັດຖືກລັກໄປໃຊ້ບ່ອນອື່ນ ຈຶ່ງອາດລະງັບບັດໄດ້ ດັ່ງນັ້ນຢ່າລືມແຈ້ງບໍລິສັດຜູ້ອອກບັດກ່ອນໄປທ່ຽວວ່າຈະໄປທ່ຽວປະເທດໃດແດ່ ຖ້າບໍ່ແຈ້ງ ບັດຂອງທ່ານອາດຖືກລະງັບການໃຊ້ງານ ຫຼື ອາດນຳບັດເຄຣດິດໄປກົດເງິນສົດທີ່ຕ່າງປະເທດ ຢ່າລືມຈຳລະຫັດ PIN ສຳລັບກົດເງິນນຳເດີ້ ຖ້າຈຳບໍ່ໄດ້ ໃຫ້ໂທໄປສອບຖາມບໍລິສັດທີ່ອອກບັດໃຫ້ທ່ານ ແລະ ຢ່າລືມແຈ້ງນຳວ່າຈະມີການໃຊ້ບັດທີ່ປະເທດໃດແດ່ເຊັ່ນກັນ

ອີກຢ່າງໜຶ່ງທີ່ຄວນຮູ້ຄື ການນຳບັດເຄຣດິດໄປໃຊ້ທີ່ຕ່າງປະເທດຈະມີຄ່າທຳນຽມບໍ່ເທົ່າກັນ ແລ້ວແຕ່ການບໍລິການ ແລະ ສະຖານທີ່ ດັ່ງນັ້ນຄວນສອບຖາມຂໍ້ມູນໃຫ້ຊັດເຈນກ່ອນ ອີກທາງເລືອກໜຶ່ງຄືບັດ ATM ຫຼື ບັດເດບິດໄປກົດເງິນທີ່ຕ່າງປະເທດ ກ່ອນອື່ນຕ້ອງກວດເບິ່ງບັດຂອງທ່ານກ່ອນວ່າເປັນບັດປະເພດໃດ ສາມາດກົດເງິນທີ່ຕ່າງປະເທດໄດ້ຫຼືບໍ່ ໂດຍການໂທໄປສອບຖາມທະນາຄານຜູ້ອອກບັດໃຫ້ທ່ານກ່ອນ ແລະ ຢ່າລືມແຈ້ງນຳວ່າຈະມີການກົດເງິນໃນປະເທດໃດແດ່

ບັດເດບິດ

ການໃຊ້ບັດເດບິດ ຊ່ວຍໃຫ້ທ່ານຖອນເງິນສົດຂອງປະເທດນັ້ນໆໄດ້ຢ່າງສະດວກ ຜ່ານຕູ້ ATM (ສຳລັບບັດວີຊາເດບິດ ຕ້ອງໃຊ້ຕູ້ ATM ທີ່ມີໂລໂກ້ VISA ຫຼື PLUS) ແລະ ຍັງສາມາດໃຊ້ບັດເດບິດຮູດຊື້ສິນຄ້າໄດ້ໂດຍບໍ່ເສຍຄ່າທຳນຽມ ຕາບໃດທີ່ທ່ານຍັງມີເງິນໃນບັນຊີຂອງບັດເດບິດໃບນັ້ນ (ແຕ່ຈະຕ້ອງເສຍຄ່າຄວາມສ່ຽງການປ່ຽນແປງສະກຸນເງິນ ປະມານ 2.5 ເປີເຊັນ ຫຼື ຫຼາຍກວ່ານີ້ ຂອງຍອດເງິນທີ່ໃຊ້ຈ່າຍໄປ) ຄືກັບການໃຊ້ເງິນສົດໃນຮູບແບບບັດນັ້ນເອງ

ທ່ຽວເກຣັກແບບສ່ວນຕົວ ສຸດຄຸ້ມ Link.................

ວາງແຜນທ່ຽວເອງກໍສະດວກ

ສິ່ງທີ່ຄົນໄປທ່ຽວເອງມັກຕ້ອງຈອງກ່ອນເດີນທາງ ພວກເຮົາຄັດຜູ້ໃຫ້ບໍລິການທີ່ໃຊ້ໄດ້ແທ້ໄວ້ໃຫ້

ລິ້ງພັນທະມິດ · ພວກເຮົາອາດໄດ້ຄ່າຕອບແທນເລັກນ້ອຍເມື່ອທ່ານຈອງ ໂດຍລາຄາຂອງທ່ານບໍ່ປ່ຽນ

ຢາກໄປແບບນີ້ແດ່?

ໃຫ້ຣິນອອກແບບທຣິບໃຫ້ຄະນະຂອງທ່ານ