ຫາດ Navagio ຫຼືຫາດຊາກເຮືອຢ່ຳ ເກາະຊາກິນໂຕສ ປະເທດກຣີສ
BLOG

7 ຫາດຊາຍສຸດແປກໃນປະເທດກຣີສທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື

ນັກຂຽນຮັບເຊີນ

7 ຫາດຊາຍສຸດແປກໃນປະເທດກຣີສທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື

ປະເທດກຣີສ ຫຼື ຊື່ທາງການວ່າ ສາທາລະນະລັດເຮເລນິກ ກຣີສເປັນດິນແດນທີ່ເຕັມໄປດ້ວຍປະຫວັດສາດອັນຍາວນານຕັ້ງແຕ່ສະໄໝກຣີກບູຮານ ເຮັດໃຫ້ສົ່ງຜົນມາເຖິງປັດຈຸບັນໃນດ້ານສະຖານທີ່ທ່ອງທ່ຽວ ຫຼາຍຄົນຄົງມີພາບຈຳກ່ຽວກັບກຣີສເປັນສະຖານທີ່ໂບຮານຕ່າງໆ ສະຖາປັດຕະຍະກຳສະໄໝບູຮານ ເຊິ່ງນອກຈາກນັກທ່ອງທ່ຽວຫຼາຍຄົນຈະເດີນທາງມາຢ້ຽມຢາມກຣີສເພາະຢາກຊົມສະຖາປັດຕະຍະກຳບູຮານແລ້ວ ກໍຍັງມີນັກທ່ອງທ່ຽວຈຳນວນຫຼາຍເດີນທາງມາກຣີສເພື່ອພັກຜ່ອນໜ້າຮ້ອນ ອາບແດດຕາມຫາດຊາຍ ມື້ນີ້ SEE YOU AGAIN ຈຶ່ງຂໍລວບລວມ 7 ຫາດຊາຍທີ່ບໍ່ຄວນພາດມາໃຫ້ໝູ່ເພື່ອນໄດ້ຊົມກັນ ໄປຊົມກັນເລີຍເດີ້

1 ຫາດ Elafonisi

ລັກສະນະຂອງຫາດເປັນຫາດສີທອງ ແຕ່ບາງເວລາກໍເຫັນເປັນສີບົວ ແລະ ນ້ຳທະເລສີຟ້າຂຽວສົດໃສ ໃສຈົນຫຼາຍຄົນບອກວ່າ ຫາດ Elafonisi ເປັນຫາດທີ່ໃສທີ່ສຸດໃນກຣີສ ໃສຈົນເຫັນພື້ນຊາຍໃຕ້ນ້ຳ ແລະ ຝູງປາໂຕນ້ອຍໂຕໃຫຍ່ໄດ້ຢ່າງຊັດເຈນ ຈຶ່ງເຮັດໃຫ້ຫາດນີ້ເປັນໜຶ່ງໃນຫາດທີ່ໜ້າສົນໃຈຂອງກຣີສ

2 ຫາດ Navagio

Navagio Beach ຫຼື ທີ່ແປວ່າຫາດຊາກເຮືອຢ່ຳ (Navagio Beach or Shipwreck Beach) ເປັນອ່າວນ້ອຍໆທາງຕາເວັນຕົກສ່ຽງເໜືອຂອງເກາະຊາກິນໂຕສ (Zakynthos) ຫາດນາວາຈິໂອນີ້ ເປັນຫາດນ້ອຍໆທີ່ຖືກລ້ອມດ້ວຍໜ້າຜາຂາວສູງຊັນ ແລະ ມີເຮືອຂອງຜູ້ລັກລອບຂົນສິນຄ້າມາຈອດຖິ້ມໄວ້ແລ້ວໜີໄປຕັ້ງແຕ່ປີ 1980 ໂນ້ນແລ້ວ ແລະ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວໃນຍຸກປັດຈຸບັນ ທັງຍັງເປັນສະຖານທີ່ຖ່າຍທຳຊີຣີສເລື່ອງ Descendants of the Sun ທີ່ສະແດງນຳໂດຍສົມບັດຂອງຊາດເກົາຫຼີ Song Joong Ki ແລະ ນາງເອກທັງໃນຈໍແລະນອກຈໍຂອງຈຸງກິ Song Hye Kyo

3 ຫາດ Agia Triada

ຫາດນີ້ ເປັນຫາດທີ່ແສນສະຫງົບ ເຖິງຈະຕັ້ງຢູ່ໃນເຂດຊຸມຊົນ ແຕ່ຂໍ້ດີຂອງການຕັ້ງຢູ່ໃນເຂດຊຸມຊົນກໍຄື ມີສິ່ງອຳນວຍຄວາມສະດວກຫຼາຍຢ່າງ ບໍ່ວ່າຈະເປັນຫ້ອງນ້ຳສຳລັບປ່ຽນເຄື່ອງ ຫ້ອງອາບນ້ຳ ຈຸດປະຖົມພະຍາບານ ລວມເຖິງອຸປະກອນກິລາທາງນ້ຳຕ່າງໆອີກດ້ວຍ ຫາດນີ້ຕັ້ງຢູ່ໃກ້ໆ ຖ້າໝູ່ເພື່ອນຫຼິ້ນນ້ຳອາບແດດຈົນພໍໃຈແລ້ວ ກໍສາມາດຍ່າງສຳຫຼວດບ້ານ Epanomi ແລະ Nea Michaniona ຕໍ່ໄດ້ ເພາະທັງສອງບ້ານນີ້ຢູ່ບໍ່ຫ່າງຈາກຫາດຫຼາຍປານໃດ

4 ຫາດ Agios Prokopios Beach ເກາະນັກຊອສ (Naxos)

ຫາດນີ້ ຕັ້ງຢູ່ຫ່າງຈາກເມືອງຫຼວງ Agios Prokopios 5 ກມ. ເປັນໜຶ່ງໃນຫາດທີ່ນິຍົມທີ່ສຸດຂອງ Naxos ແລະ ຖືເປັນໜຶ່ງໃນຫາດທີ່ງາມທີ່ສຸດໃນກຣີສ ຫາດສີທອງແຫ່ງນີ້ຍາວກວ່າ 1, 5 ກິໂລແມັດ ແລະ ມີນ້ຳໃສສວຍງາມ ປ້ອງກັນຈາກລົມແຮງທີ່ພັດເລື້ອຍໆເທິງເກາະ ບໍລິເວນຫາດມີການຈັດລະບຽບ ແລະ ມີເຕຍງອາບແດດພ້ອມຮົ່ມຄອຍໃຫ້ບໍລິການໝູ່ເພື່ອນຢູ່ ແລະ ບໍລິເວນຫາດມີຮ້ານອາຫານ ຮ້ານກາເຟໜ້າຮັກໆ ເໝາະແກ່ການຖ່າຍຮູບຫຼາຍ

5 ຫາດ Perissa (ຫາດສີດຳ)

ຕົວຫາດ ຕັ້ງຢູ່ທີ່ຖານຂອງພູ Mesa Vouno ທີ່ແຍກຈາກເມືອງຄາມາຣີ ຢູ່ຫ່າງຈາກ Fira ປະມານ 13 ກິໂລແມັດ ທິວທັດທີ່ນີ້ຈະແປກຕາກວ່າຫາດອື່ນໆ ເພາະຫາດທີ່ນີ້ຖືກປົກຄຸມດ້ວຍຊາຍລາວາສີດຳ ທີ່ນີ້ເປັນໜຶ່ງໃນຫາດທີ່ຍາວທີ່ສຸດ ແລະ ມີຊື່ສຽງຂອງຊານໂຕຣິນີ ເຊິ່ງເປັນລັກສະນະສະເພາະຂອງເກາະພູເຂົາໄຟ ຫາດທີ່ນີ້ມີການຈັດລະບຽບໄວ້ເປັນຢ່າງດີ ມີເກົ້າອີ້ ແລະ ຮົ່ມຈັດໄວ້ພໍຮອງຮັບນັກທ່ອງທ່ຽວຈຳນວນຫຼາຍ ລວມເຖິງສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ ຝັກບົວສຳລັບອາບນ້ຳຫຼັງຫຼິ້ນນ້ຳແລ້ວ ສະໜາມເດັກຫຼິ້ນ ແລະ ອຸປະກອນຊູຊີບຕ່າງໆ

6 ຫາດ Kamari Beach

ຫາດ Kamari ຫ່າງຈາກ Wine Museum ພຽງ 4 ກມ. Kamari Beach ເປັນຫາດອີກແຫ່ງໃນຊານໂຕຣິນີທີ່ມີຊາຍເປັນສີດຳ ຄ້າຍກັບຫາດ Perissa ດ້ານຊ້າຍຂອງຫາດເປັນຫີນກ້ອນໃຫຍ່ທີ່ເອີ້ນວ່າ Mesa Vouno ແລະ ໃນຕອນກາງຄືນຫີນຈະສ່ອງແສງສະຫວ່າງໃນຄວາມມືດ ເຮັດໃຫ້ໝູ່ເພື່ອນໄດ້ເຫັນສິ່ງມະຫັດສະຈັນຂອງທຳມະຊາດ ບໍລິເວນຮິມຫາດ ເຕັມໄປດ້ວຍເຮືອນຂອງຜູ້ຄົນທີ່ຍັງຄົງຄວາມເປັນເຮືອນສະໄໝບູຮານໄວ້ເປັນຢ່າງດີ

7 ຫາດຊາຍແດງ Red Beach

ຫາດຊາຍແດງ Red Beach ຕັ້ງຢູ່ໃກ້ກັບບ້ານ Akrotiri ທີ່ນີ້ເປັນຫາດຊາຍທີ່ແປກ ແລະ ບໍ່ຄືໃຜໃນໂລກແນ່ນອນ ເພາະທີ່ນີ້ເປັນຫາດນ້ອຍໆທີ່ຖືກປົກຄຸມດ້ວຍສີແດງອິດເຂັ້ມ ແລະ ຍັງຖືກລ້ອມດ້ວຍໜ້າຜາສູງສີແດງທີ່ສ້າງຄວາມໂດດເດັ່ນໃຫ້ຫາດແຫ່ງນີ້ ລວມເຖິງຊາຍ ແລະ ກ້ອນກວດຕ່າງໆຕາມຫາດກໍເປັນສີແດງອິດທັງໝົດ ເວົ້າໄດ້ເລີຍວ່າ ເປັນ Red Beach ສົມຊື່ແທ້ໆ

ວາງແຜນທ່ຽວເອງກໍສະດວກ

ສິ່ງທີ່ຄົນໄປທ່ຽວເອງມັກຕ້ອງຈອງກ່ອນເດີນທາງ ພວກເຮົາຄັດຜູ້ໃຫ້ບໍລິການທີ່ໃຊ້ໄດ້ແທ້ໄວ້ໃຫ້

ລິ້ງພັນທະມິດ · ພວກເຮົາອາດໄດ້ຄ່າຕອບແທນເລັກນ້ອຍເມື່ອທ່ານຈອງ ໂດຍລາຄາຂອງທ່ານບໍ່ປ່ຽນ

ຢາກໄປແບບນີ້ແດ່?

ໃຫ້ຣິນອອກແບບທຣິບໃຫ້ຄະນະຂອງທ່ານ